ນະໂຍບາຍຄວາມເປັນສ່ວນຕົວ
ໜ້ານີ້ບອກວ່າເວັບນີ້ເກັບຫຍັງແດ່ ເກັບໄວ້ເພື່ອຫຍັງ ແລະ ຂໍລຶບໄດ້ແນວໃດ ເວົ້າແຕ່ສິ່ງທີ່ເຮັດຈິງ ບໍ່ມີຂໍ້ຄວາມທາງກົດໝາຍທີ່ອ່ານບໍ່ເຂົ້າໃຈ
ເກັບຫຍັງແດ່
ເກັບສະເພາະຕອນທ່ານສົ່ງຜົນງານເຂົ້າມາເທົ່ານັ້ນ ຄື ຊື່ຜົນງານ ລິ້ງ ຄຳອະທິບາຍ ໝວດໝູ່ ປະເພດ ຊື່ຜູ້ສ້າງ ຊື່ຜູ້ຮ້ອງຂໍ ອີເມວ ແລະ ເບີໂທຖ້າໃສ່ມາ ພ້ອມກັບເລກທີ່ຢູ່ອິນເຕີເນັດ (IP) ຂອງເຄື່ອງທີ່ສົ່ງ
ການເປີດອ່ານເວັບນີ້ຊື່ໆ ບໍ່ໄດ້ເກັບຫຍັງ ບໍ່ມີການຕິດຕາມ ແລະ ບໍ່ມີໂຄສະນາ
ເກັບໄວ້ເພື່ອຫຍັງ
- ອີເມວ ໃຊ້ສົ່ງໃບຮັບເລື່ອງ ແລະ ແຈ້ງຜົນການກວດກັບຄືນ
- ເບີໂທ ໃຊ້ຕິດຕໍ່ເມື່ອມີຄຳຖາມທີ່ຕ້ອງການຄຳຕອບໄວ
- ຊື່ຜູ້ຮ້ອງຂໍ ໃຊ້ຮູ້ວ່າໃຜເປັນຜູ້ສົ່ງ ເມື່ອຜູ້ສົ່ງບໍ່ແມ່ນຜູ້ສ້າງ
- ເລກ IP ໃຊ້ແຍກການສົ່ງຈຳນວນຫຼາຍຈາກເຄື່ອງດຽວ ອອກຈາກການສົ່ງຂອງຫຼາຍຄົນ
ອັນໃດຂຶ້ນເວັບ
ຖ້າຜົນງານຜ່ານການກວດ ສິ່ງທີ່ຄົນທົ່ວໄປເຫັນມີແຕ່ ຊື່ຜົນງານ ລິ້ງ ຄຳອະທິບາຍ ໝວດໝູ່ ປະເພດ ແລະ ຊື່ຜູ້ສ້າງ
ອີເມວ ເບີໂທ ແລະ ເລກ IP ບໍ່ຂຶ້ນເວັບ ເຫັນໄດ້ສະເພາະຜູ້ດູແລ
ເກັບຢູ່ໃສ
ຂໍ້ມູນທີ່ສົ່ງເຂົ້າມາເກັບຢູ່ຖານຂໍ້ມູນຂອງເວັບນີ້ ແລະ ສົ່ງອີເມວຜ່ານຜູ້ໃຫ້ບໍລິການສົ່ງອີເມວ ບໍ່ມີການຂາຍ ບໍ່ມີການແລກປ່ຽນ ແລະ ບໍ່ສົ່ງຕໍ່ໃຫ້ໃຜນອກເໜືອຈາກນັ້ນ
ຮ່າງທີ່ທ່ານພິມຄ້າງໄວ້ໃນຟອມສົ່ງຜົນງານ ເກັບຢູ່ໃນເບຣົາເຊີຂອງທ່ານເອງເທົ່ານັ້ນ ບໍ່ໄດ້ສົ່ງມາທີ່ເຊີບເວີ ແລະ ຈະຖືກລຶບອອກທັນທີເມື່ອສົ່ງສຳເລັດ
ເກັບໄວ້ດົນປານໃດ
ລາຍການທີ່ຖືກປະຕິເສດ ຈະຖືກລຶບອອກເມື່ອບໍ່ຈຳເປັນຕ້ອງອ້າງອີງອີກ ສ່ວນລາຍການທີ່ລົງແລ້ວ ຈະເກັບໄວ້ຕາບໃດທີ່ຍັງຢູ່ໃນເວັບ
ຂໍເບິ່ງ ຂໍແກ້ ຂໍລຶບ
ຂໍເບິ່ງຂໍ້ມູນຂອງຕົນ ຂໍແກ້ໃຫ້ຖືກຕ້ອງ ຫຼື ຂໍລຶບອອກທັງໝົດໄດ້ທຸກເວລາ ບໍ່ຕ້ອງບອກເຫດຜົນ ຕິດຕໍ່ຜ່ານ ໜ້າຂໍເອົາລາຍການອອກ


